
I. ເງິນຝາກ
ສະແດງອັດຕາດອກເບ້ຍເງິນຝາກ (%/ປີ)
ບຸກຄົນທົ່ວໄປ | |||||||||
---|---|---|---|---|---|---|---|---|---|
ໄລຍະເວລາ | ບຸກຄົນທົ່ວໄປ (ດອກເບ້ຍ % ຕໍ່ປີ) | ||||||||
ໄລຍະຮັບດອກເບ້ຍ (ກີບ) | ໄລຍະຮັບດອກເບ້ຍ (ໂດລາ) | ໄລຍະຮັບດອກເບ້ຍ (ບາດ) | |||||||
ແຕ່ລະປີ | ແຕ່ລະປີ | ແຕ່ລະປີ | |||||||
ຝາກກະແສລາຍວັນ | |||||||||
ຝາກປະຢັດ | 1,89 | 1,25 | 1,00 | ||||||
ຝາກປະຈໍາ | |||||||||
ຝາກ 3 ເດືອນ | 3,16 | 1,70 | 1,45 | ||||||
ຝາກ 6 ເດືອນ | 3,95 | 2,45 | 2,20 | ||||||
ຝາກ 9 ເດືອນ | 5,18 | 0,00 | 0,00 | ||||||
ຝາກ 12 ເດືອນ | 5,59 | 3,45 | 3,20 | ||||||
ຝາກ 18 ເດືອນ | 6,50 | 0,00 | 0,00 | ||||||
ຝາກ 24 ເດືອນ | 6,71 | 4,95 | 4,20 | ||||||
ຝາກ 36 ເດືອນ | 6,77 | 5,95 | 5,70 | ||||||
ຝາກ 48 ເດືອນ | 6,83 | 6,20 | 5,95 | ||||||
ຝາກ 60 ເດືອນ | 6,90 | 6,70 | 6,45 |
ນິຕິບຸກຄົນ ແລະ ອົງການຈັດຕັ້ງ | |||||||||
---|---|---|---|---|---|---|---|---|---|
ໄລຍະເວລາ | ນິຕິບຸກຄົນ ແລະ ອົງການຈັດຕັ້ງ (ດອກເບ້ຍ % ຕໍ່ປີ) | ||||||||
ໄລຍະຮັບດອກເບ້ຍ (ກີບ) | ໄລຍະຮັບດອກເບ້ຍ (ໂດລາ) | ໄລຍະຮັບດອກເບ້ຍ (ບາດ) | |||||||
ແຕ່ລະປີ | ແຕ່ລະປີ | ແຕ່ລະປີ | |||||||
ຝາກກະແສລາຍວັນ | |||||||||
ຝາກປະຢັດ | 1,57 | 1,00 | 0,55 | ||||||
ຝາກປະຈໍາ | |||||||||
ຝາກ 3 ເດືອນ | 3,16 | 1,10 | 0,65 | ||||||
ຝາກ 6 ເດືອນ | 3,95 | 1,70 | 1,40 | ||||||
ຝາກ 9 ເດືອນ | 5,18 | 0,00 | 0,00 | ||||||
ຝາກ 12 ເດືອນ | 5,59 | 2,20 | 1,90 | ||||||
ຝາກ 18 ເດືອນ | 6,38 | 0,00 | 0,00 | ||||||
ຝາກ 24 ເດືອນ | 6,71 | 3,70 | 3,40 | ||||||
ຝາກ 36 ເດືອນ | 6,77 | 5,40 | 5,10 | ||||||
ຝາກ 48 ເດືອນ | 6,83 | 5,40 | 5,10 | ||||||
ຝາກ 60 ເດືອນ | 6,90 | 5,40 | 5,10 |
ສະຖາບັນການເງິນ | |||||||||
---|---|---|---|---|---|---|---|---|---|
ໄລຍະເວລາ | ສະຖາບັນການເງິນ (ດອກເບ້ຍ % ຕໍ່ປີ) | ||||||||
ໄລຍະຮັບດອກເບ້ຍ (ກີບ) | ໄລຍະຮັບດອກເບ້ຍ (ໂດລາ) | ໄລຍະຮັບດອກເບ້ຍ (ບາດ) | |||||||
ແຕ່ລະປີ | ແຕ່ລະປີ | ແຕ່ລະປີ | |||||||
ຝາກກະແສລາຍວັນ | |||||||||
ຝາກປະຢັດ | 1,00 | 0,00 | 0,00 | ||||||
ຝາກປະຈໍາ | |||||||||
ຝາກ 3 ເດືອນ | 1,27 | 0,45 | 0,30 | ||||||
ຝາກ 6 ເດືອນ | 1,73 | 0,70 | 0,55 | ||||||
ຝາກ 9 ເດືອນ | 0,00 | 0,00 | 0,00 | ||||||
ຝາກ 12 ເດືອນ | 2,14 | 0,95 | 0,80 | ||||||
ຝາກ 18 ເດືອນ | 0,00 | 0,00 | 0,00 | ||||||
ຝາກ 24 ເດືອນ | 2,22 | 1,20 | 1,05 | ||||||
ຝາກ 36 ເດືອນ | 2,73 | 1,40 | 1,25 | ||||||
ຝາກ 48 ເດືອນ | 3,14 | 1,40 | 1,25 | ||||||
ຝາກ 60 ເດືອນ | 3,47 | 1,40 | 1,25 |
+ ອັດຕາດອກເບ້ຍແມ່ນຄິດໄລ່ເປັນເປີເຊັນ( %) ຕໍ່ປີ
+ ເງື່ອນໄຂການໃຊ້ບໍລິການເງິນຝາກຂອງ ທພລ:
1. ບັນຊີເງິນຝາກກະແສລາຍວັນ:
- ວົງເງິນເປີດບັນຊີຕໍ່າສຸດ: 500.000ກີບ, 50 ໂດລາ, 2000 ບາດ;
- ຍອດເຫລືອບັນຊີຕໍ່າສຸດ: 100.000ກີບ, 50 ໂດລາ, 2000 ບາດ;
- ເປັນບັນຊີທີ່ບໍ່ໄດ້ຮັບດອກເບ້ຍເງິນຝາກ;
- ກໍລະນີປິດບັນຊີເງິນຝາກກ່ອນ 03 ເດືອນ ຫລັງຈາກມື້ເປີດບັນຊີ ຈະຖືກເກັບຄ່າທໍານຽມປິດກ່ອນກໍານົດ ຕາມລະບຽບທີ່ ທພລ ແຈ້ງອອກໃນແຕ່ລະໄລຍະ;
- ຄ່າບໍາລຸງຮັກສາບັນຊີເງິນຝາກ: 35.000ກີບ/ປີ, 5ໂດລາ/ປີ, 200ບາດ/ປີ.
2. ບັນຊີເງິນຝາກປະຢັດ:
- ວົງເງິນເປີດບັນຊີ(ຄັ້ງທໍາອິດ) ແລະ ຍອດເຫລືອບັນຊີຕໍ່າສຸດ: 50.000ກີບ, 20ໂດລາ, 500ບາດ;
- ຖ້າເງິນຝາກໃນບັນຊີເງິນທີ່ມີຍອດຫລຸດເງິນຝາກຂັ້ນຕໍ່າຂອງ ທພລ ຫລື ຝາກບໍ່ເຖິງ 03 ເດືອນ ຈະບໍ່ໄດ້ຮັບດອກເບ້ຍ.
3. ບັນຊີເງິນຝາກປະຈໍາ:
- ວົງເງິນເປີດບັນຊີຕໍ່າສຸດ: 500.000ກີບ, 50 ໂດລາ, 2000 ບາດ;
- ເລືອກໄລຍະເວລາການຝາກ ແລະ ຮູບແບບການຮັບດອກເບ້ຍ ຕາມທີ່ ທພລ ໄດ້ກໍານົດຕາມສັນຍາທີ່ຕົກ ລົງກັນໃນເວລາເປີດບັນຊີ;
3.1 ກໍລະນີປິດສັນຍາເງິນຝາກກ່ອນກໍານົດ ປະເພດ 3 ເດືອນ, 6 ເດືອນ, 9 ເດືອນ, 12 ເດືອນ, 18 ເດືອນ, 24 ເດືອນ, 36 ເດືອນ, 48 ເດືອນ ແລະ 60 ເດືອນ:
3.1.1 ກໍລະນີປິດກ່ອນ 3 ເດືອນ:
- ກໍລະນີ ທະນາຄານຍັງບໍ່ທັນໄດ້ຈ່າຍດອກເບ້ຍໃຫ້ ທະນາຄານຈະຈ່າຍດອກເບ້ຍເງິນຝາກປະຢັດໃຫ້ ຕາມສະກຸນເງິນທີ່ຝາກ ໂດຍອີງຕາມອັດຕາດອກເບ້ຍໃນມື້ປິດບັນຊີທີ່ທະນາຄານ ປະກາດໃຊ້ໃນແຕ່ລະໄລຍະ.
- ກໍລະນີ ທະນາຄານ ໄດ້ຈ່າຍດອກເບ້ຍໄປກ່ອນ ທະນາຄານຈະເກັບຄືນດອກເບ້ຍທັງໝົດທີ່ຈ່າຍໄປ ພ້ອມທັງເກັບຄ່າທໍານຽມປິດບັນຊີກ່ອນນກໍານົດ 1% ຂອງດອກເບ້ຍທີ່ຈ່າຍໄປ ຕາມສະກຸນເງິນ ( ຕໍ່າສຸດເງິນກີບ 100.000 ກີບ, ເງິນໂດລາ 13 ໂດລາສະຫະລັດ ແລະ ເງິນບາດໄທ 440 ບາດ ) ດ້ວຍການຫັກຈາກຕົົ້ນທຶນ ແຕ່ທະນາຄານຈະຈ່າຍດອກເບ້ຍ ເງິນຝາກປະຢັດໃຫ້ຕາມສະກຸນເງິນທີ່ຝາກໂດຍອີງຕາມອັດຕາດອກເບ້ຍ ໃນມື້ປິດບັນຊີທີ່ທະນາຄານປະກາດໃຊ້ໃນແຕ່ລະໄລຍະ.
3.1.2 ກໍລະນີປິດຫລັງ 3 ເດືອນ:
3.1.2.1 ກໍລະນີ ທະນາຄານຍັງບໍ່ທັນໄດ້ຈ່າຍດອກເບ້ຍໃຫ້ ທະນາຄານຈະຈ່າຍດອກເບ້ຍໃຫ້ໃນຮູບແບບອັດຕາດອກເບ້ຍແບບລາຍເດືອນຂອງເງິນຝາກມີກໍານົດຕາມໄລຍະຝາກຕົວຈິງຂອງ ປະເພດນັ້ນໃຫ້ພຽງຄັ້ງດຽວຕໍ່ສັນຍາຝາກ ແລະ ສ່ວນທີ່ເຫລືອທະນາຄານຈະຈ່າຍດອກເບ້ຍເງິນຝາກປະຢັດໃຫ້ ຕົວຢ່າງ: ສັນຍາຝາກຂອງລູກຄ້າຝາກມີກໍານົດ 5 ປີ ເອົາດອກເບ້ຍ ເມືື່ອຄົບກໍານົດ ແຕ່ລູກຄ້າຝາກໄດ້ 3 ປີ 8 ເດືອນ ແລ້ວມາຖອນກ່ອນກໍານົດ ທະນາຄານຈະຈ່າຍດອກເບ້ຍຮູບແບບ ອັດຕາດອກເບ້ຍລາຍເດືອນຂອງໄລຍະ 3 ປີໃຫ້ ແລະ ອີກ 8 ເດືອນ ທະນາຄານຈະຈ່າຍດອກເບ້ຍຝາກປະຢັດໃຫ້ ຕາມສະກຸນເງິນທີ່ຝາກ ໂດຍອີງໃສ່ອັດຕາດອກເບ້ຍໃນມື້ປິດບັນຊີທີ່ທະນາຄານປະກາດໃຊ້ໃນແຕ່ລະໄລຍະ. ສໍາລັບ ສັນຍາເງິນຝາກມີໄລຍະການຝາກ 3,6,9 ເດືອນ ທະນາຄານຈະຈ່າຍດອກເບ້ຍເມືື່ອຄົບກໍານົດສັນຍາ ສ່ວນທີ່ເຫລືອ ທະນາຄານຈະຈ່າຍດອກເບ້ຍເງິນຝາກປະຢັດໃຫ້ ຕາມສະກຸນເງິນທີ່ຝາກ ໂດຍອີງໃສ່ອັດຕາດອກເບ້ຍໃນມື້ປິດບັນຊີທີ່ທະນາຄານປະກາດໃຊ້ໃນແຕ່ລະໄລຍະ.
3.1.2.2 ກໍລະນີ ທະນາຄານໄດ້ຈ່າຍດອກເບ້ຍເງິນຝາກໃຫ້ເປັນ ລາຍເດືອນ, ໄຕມາດ(3ເດືອນ), ງວດ(6ເດືອນ) ແລະ 1 ປີ ທະນາຄານຈະເກັບຄືນດອກເບ້ຍທັງໝົດທີ່ຈ່າຍໄປ ພ້ອມທັງເກັບຄ່າ ທໍານຽມປິດບັນຊີກ່ອນກໍານົດ 1% ຂອງດອກເບ້ຍທີ່ຈ່າຍໄປ ( ຕໍ່າສຸດເງິນກີບ 100.000 ກີບ, ເງິນໂດລາ 13 ໂດລາສະຫະລັດ ແລະ ເງິນບາດໄທ 440 ບາດ ) ດ້ວຍການຫັກອອກ ຈາກຕົົ້ນທຶນເງິນຝາກ ແຕ່ທະນາຄານຈະຈ່າຍດອກເບ້ຍໃຫ້ດັ່ງນີ້:
- ໄລຍະເວລາການຝາກ 1 ປີ ລົງມາ ທະນາຄານຈະຈ່າຍດອກເບ້ຍເງິນຝາກປະຢັດໃຫ້ ຕາມສະກຸນເງິນທີ່ຝາກ ໂດຍອີງຕາມອັດຕາດອກເບ້ຍໃນມື້ປິດບັນຊີທີ່ທະນາຄານປະກາດໃຊ້ໃນ ແຕ່ລະໄລຍະ.
- ໄລຍະເວລາການຝາກ 1 ປີ ຂຶ້ນໄປ ທະນາຄານຈະຈ່າຍດອກເບ້ຍແບບລາຍເດືອນໃຫ້ ຕາມໄລຍະຝາກຕົວຈິງ ຕາມສະກຸນເງິນທີ່ຝາກ ໂດຍອີງຕາມອັດຕາດອກເບ້ຍໃນມື້ປິດບັນຊີທີ່ ທະນາຄານປະກາດໃຊ້ໃນແຕ່ລະໄລຍະ ຕົວຢ່າງ: ສັນຍາຝາກຂອງລູກຄ້າຝາກມີກໍານົດ 3 ປີ ເອົາດອກເບ້ຍເປັນລາຍເດືອນ ແຕ່ລູກຄ້າຝາກໄດ້ 1 ປີ 5 ເດືອນ ແລ້ວມາຖອນກ່ອນກໍານົດ ທະນາຄານຈະເກັບຄືນດອກເບ້ຍທັງໝົດທີ່ຈ່າຍໄປ ພ້ອມທັງເກັບຄ່າທໍານຽມປິດບັນຊີກ່ອນກໍານົດ 1% ແຕ່ ທະນາຄານຈະຈ່າຍດອກເບ້ຍຮູບແບບ ອັດຕາດອກເບ້ຍລາຍເດືອນຂອງໄລຍະຝາກ 1 ປີໃຫ້ ແລະ ອີກ 5 ເດືອນ ທະນາຄານຈະຈ່າຍດອກເບ້ຍຝາກປະຢັດໃຫ້ ຕາມສະກຸນເງິນທີ່ຝາກ ໂດຍອີງໃສ່ອັດຕາດອກເບ້ຍໃນມື້ປິດບັນຊີທີ່ທະນາຄານ ປະກາດໃຊ້ໃນແຕ່ລະໄລຍະ.
3.1.3 ກໍລະນີ ທະນາຄານຈ່າຍດອກເບ້ຍລ່ວງໜ້າ 1 ປີ.
ທະນາຄານຈະເກັບຄືນດອກເບ້ຍທັງໝົດທີ່ຈ່າຍໄປ ພ້ອມທັງເກັບຄ່າທໍານຽມປິດບັນຊີກ່ອນກໍານົດ 2% ຂອງດອກເບ້ຍທີ່ຈ່າຍໄປ ( ຕໍ່າສຸດເງິນກີບ 100.000 ກີບ, ເງິນໂດລາ 13 ໂດລາ ສະຫະລັດ ແລະ ເງິນບາດໄທ 440 ບາດ ) ດ້ວຍການຫັກອອກຈາກຕົົ້ນທຶນເງິນຝາກ ແຕ່ທະນາຄານຈະຈ່າຍດອກເບ້ຍໃຫ້ດັ່ງນີ້:
- ໄລຍະເວລາການຝາກ 1 ປີ ລົງມາ ທະນາຄານຈ່າຍດອກເບ້ຍເງິນຝາກປະຢັດໃຫ້ ຕາມສະກຸນເງິນທີ່ຝາກ ໂດຍອີງຕາມອັດຕາດອກເບ້ຍໃນມື້ປິດບັນຊີທີ່ທະນາຄານປະກາດໃຊ້ໃນແຕ່ລະໄລຍະ.
- ໄລຍະເວລາການຝາກ 1 ປີ ຂຶ້ນໄປ ທະນາຄານຈະຈ່າຍດອກເບ້ຍແບບລາຍເດືອນໃຫ້ ຕາມໄລຍະຝາກຕົວຈິງ ຕາມສະກຸນເງິນທີ່ຝາກ ໂດຍອີງຕາມອັດຕາດອກເບ້ຍໃນມື້ປິດບັນຊີທີ່ ທະນາຄານປະກາດໃຊ້ໃນແຕ່ລະໄລຍະ ຕົວຢ່າງ: ສັນຍາຝາກຂອງລູກຄ້າຝາກມີກໍານົດ 5 ປີ ເອົາດອກເບ້ຍເປັນລ່ວງໜ້າ 1 ປີ ແຕ່ລູກຄ້າຝາກໄດ້ 1 ປີ 10 ເດືອນ ແລ້ວມາຖອນກ່ອນ ກໍານົດ ທະນາຄານຈະເກັບຄືນດອກເບ້ຍທັງໝົດທີ່ຈ່າຍໄປ ພ້ອມທັງເກັບຄ່າທໍານຽມປິດບັນຊີກ່ອນກໍານົດ 2% ແຕ່ ທະນາຄານຈະຈ່າຍດອກເບ້ຍຮູບແບບ ອັດຕາດອກເບ້ຍລາຍ ເດືອນຂອງໄລຍະຝາກ 1 ປີໃຫ້ ແລະ ອີກ 10 ເດືອນ ທະນາຄານຈະຈ່າຍດອກເບ້ຍຝາກປະຢັດໃຫ້ ຕາມສະກຸນເງິນທີ່ຝາກ ໂດຍອີງໃສ່ອັດຕາດອກເບ້ຍໃນມື້ປິດບັນຊີທີ່ທະນາຄານ ປະກາດໃຊ້ໃນແຕ່ລະໄລຍະ
II. ອັດຕາດອກເບ້ຍເງິນກູ້
ຜູ້ອໍານວຍການທະນາຄານພັດທະນາລາວ, ຂໍແຈ້ງການປັບປຸງອັດຕາດອກເບັ້ຍເງິນກູ້ໃຫມ່ ປັບປຸງຄັ້ງວັນທີ:(01/12/2020) ຊຶ່ງມີລາຍລະອຽດດັ່ງລຸ່ມນີ້:
ໄລຍະສັ້ນ 1 ປີລົງມາ | |||||||||
---|---|---|---|---|---|---|---|---|---|
ຊັ້ນໜີ້ CRG |
ຫລັກຊັບຄໍ້າປະກັນເປັນສັງຫາລິມະຊັບ ແລະ ອັງສັງຫາລິມະຊັບ | ||||||||
ໄລຍະສັ້ນ 1 ປີລົງມາ | |||||||||
ກີບ | ບາດ | ໂດລາ | |||||||
AA | 9 | 7,5 | 7,5 | ||||||
A | 9,5 | 8,5 | 8,5 | ||||||
B | 10 | 9,5 | 9,5 |
ໄລຍະກາງ 1-5 ປີ | |||||||||
---|---|---|---|---|---|---|---|---|---|
ຊັ້ນໜີ້ CRG |
ຫລັກຊັບຄໍ້າປະກັນເປັນສັງຫາລິມະຊັບ ແລະ ອັງສັງຫາລິມະຊັບ | ||||||||
ໄລຍະກາງ 1-5 ປີ | |||||||||
ກີບ | ບາດ | ໂດລາ | |||||||
AA | 10 | 8,25 | 8,25 | ||||||
A | 10,5 | 9,25 | 9,25 | ||||||
B | 11 | 10,25 | 10,25 |
ໄລຍະຍາວ 5 ປີຂຶ້ນໄປ | |||||||||
---|---|---|---|---|---|---|---|---|---|
ຊັ້ນໜີ້ CRG |
ຫລັກຊັບຄໍ້າປະກັນເປັນສັງຫາລິມະຊັບ ແລະ ອັງສັງຫາລິມະຊັບ | ||||||||
ໄລຍະຍາວ 5 ປີຂຶ້ນໄປ | |||||||||
ກີບ | ບາດ | ໂດລາ | |||||||
AA | 10,5 | 9,25 | 9,25 | ||||||
A | 11,75 | 10 | 10 | ||||||
B | 12 | 11 | 11 |
ໝາຍເຫດ:
1. ອັດຕາດອກເບ້ຍເງິນກູ້ແບບຫມູນວຽນ, ອັດຕາດອກເບ້ຍເງິນກູ້ເບີກເກີນບັນຊີ ແລະ ອັດຕາດອກເບ້ຍເງິນກູ້ແບບປົກກະຕິ ນໍາໃຊ້ອັດຕາດຽວກັນ.
2. ຫລັກຊັບຄໍ້າປະກັນເປັນເງິນສົດ ຖ້າເປັນສະກຸນດຽວກັນຄວາມສ່ຽງດ້ານຫລັກຊັບ (SRI) ບໍ່ໃຫ້ຫລຸດ 105%, ຖ້າຕ່າງສະກຸນເງິນ ຫລື ປະເພດວັດຖຸມີຄ່າ ຄວາມສ່ຽງຫລັກຊັບ (SRI) ບໍ່ໃຫ້ຫລຸດ 110%.
3. ລູກຄ້າຊັ້ນຫນີ້ດີເລີດ AA ຫາກຖືກຈັດຊັ້ນຫນີ້ເປັນເກຣດປົກກະຕິ A ຫາກຖືກຈັດສັນໜີ້ເປັນເກຣດ B ຈະບໍ່ມີການປັບໄໝດອກເບ້ຍເພີ່ມ ແຕ່ເມື່ອໃດຊັ້ນໜີ້ຖືກຈັດເປັນ NPL ເກຣດ C, D, E ຈະບວກດອກເບ້ຍເພີ່ມອີກ 2% ທັນທີ.
4. ການປ່ອຍສິນເຊື່ອໃຫ້ລູກຄ້າໃໝ່ ແລະ ລູກຄ້າເກົ່າທີ່ເຄີຍເປັນ NPL ແຕ່ຊໍາລະໜີ້ໝົດແລ້ວ ແມ່ນໃຫ້ຈັດຊັ້ນໜີ້ເປັນເກຣດ A.
5. ສໍາລັບລູກຄ້າທີ່ສະເຫນີກູ້ຢືມວົງເງິນໃດຫນຶ່ງ ທີ່ມີຫລັກຊັບເປັນເງິນສົດ ຫລື ວັດຖູມີຄ່າຄໍ້າປະກັນພຽງພໍຕາມລະບຽບ ການກໍານົດ ແມ່ນອະນຸຍາດໃຫ້ສາຂາອໍານວຍຄວາມສະດວກໃຫ້ລູກຄ້າກ່ອນ ແຕ່ຕ້ອງເຮັດບົດລາຍງານຂໍອະນຸມັດຈາກສໍານັກງານໃຫຍ່ພາຍຫລັງ.