ວິໄສທັດ, ພາລະກິດ ແລະ ຄຸນຄ່າຫລັກ ຂອງທະນາຄານພັດທະນາລາວ ຈຳກັດ

ວິໄສທັດ

ເປັນທະນາຄານ ທີ່ໄດ້ຮັບຄວາມເຊື່ອໝັ້ນ ໃນການບໍລິການທີ່ດີສຸດ, ເຕັກໂນໂລຊີທີ່ດີທີ່ສຸດ ແລະ ມີພະນັກງານທີ່ເປັນມືອາຊີບ

ພາລະກິດ

  1. ປະຕິຮູບ ສ້າງຜູ້ບໍລິຫານລະດັບສູງໃຫ້ມີຫຼັກຄິດ, ມີຈິນຕະນາການ, ແບບແຜນການເຮັດວຽກເປັນທີມ, ການຈັດການບໍລິຫານທີ່ມີຄຸນະພາບ, ຈັດລຽງຄວາມສໍາຄັນຂອງແຕ່ລະໜ້າວຽກທີ່ເປັນຍຸດທະສາດ ເພື່ອສ້າງຄວາມເພິ່ງພໍໃຈໃຫ້ແກ່ລູກຄ້າ, ຄູ່ຄ້າ ຢ່າງມີປະສິດທິພາບ ແລະ ຍືນຍົງ.
  2. ປະຕິຮູບ ແບບແຜນວິທີການຄົ້ນຄວ້າ, ສ້າງທີມງານໃຫ້ເປັນມືອາຊີບ ຫຼື ສັນຫາມືອາຊີບເຂົ້າມາຊ່ວຍຝຶກອົບຮົມ ເພື່ອຊ່ວຍໃຫ້ການຕັດສິນບັນຫາ ໃນແຕ່ລະໜ້າວຽກທຸກຢ່າງເປັນລະບົບ, ມີວິທະຍາສາດ, ເອກະພາບສູງ, ຮັບປະກັນຜົນປະໂຫຍດສ່ວນລວມເປັນຫຼັກ, ສ້າງຜົນກຳໄລໃຫ້ທະນາຄານ ດ້ວຍຄວາມຮັບຜິດຊອບ ແລະ ມີຈັນຍາບັນ.
  3. ປະຕິຮູບ ສ້າງເຄື່ອງມືໃນການວິເຄາະການລົງທຶນ ແລະ ວິທີການດຸນດ່ຽງ (Balance) ຕົ້ນທຶນ ໃຫ້ເປັນຕົວເລກຊີ້ວັດຮັບຮູ້ຜົນຕອບແທນແບບວິທະຍາສາດ ເພື່ອສ້າງຄວາມສະດວກ ໃນການຕັດສິນໃຈທີ່ຖຶກຕ້ອງ, ຊັດເຈນ ມີປະສິດທິຜົນສູງ.
  4. ພັດທະນາທີມໄອທີ ພ້ອມລະບົບເຕັກໂນໂລຊີ ໃຫ້ທັນສະໄໝ, ສະດວກ, ວ່ອງໄວ, ປອດໄພ ເຂົ້າກັບວິຖີຊີວິດປັດຈຸບັນ ແລະ ອະນາຄົດ ທຽບເທົ່າທະນາຄານພາຍໃນທີ່ໄດ້ມາດຕະຖານ ແລະ ພັດທະນາຍົກສູງໃຫ້ສາມາດເຊື່ອມໂຍງກັບສາກົນ.
  5. ປ່ຽນແປງລະບົບການບໍລິຫານຈັດການ ດ້ວຍການນໍາເອົາລະບົບເຕັກໂນໂລຊີ ເຂົ້າມາຊ່ວຍ ໃນຫຼາຍດ້ານໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນຂໍ້ຜິດພາດໃນການເຮັດວຽກ ແລະ ທັນຕໍ່ສະພາບການ.
  6. ກ້າວສູ່ຄວາມເປັນເລີດ ໃນການພັດທະນາຜະລິດຕະພັນ, ພັດທະນາບຸກຄະລາກອນ ແລະ ສ້າງຜົນກໍາໄລຢ່າງສະໝໍ່າສະເໝີ.

ຄ່ານິຍົມ

WE-CARE-4-U

W – WISDOM – ມີຈິນຕະນາການໃຫມ່

E – EMPATHY – ມີຄວາມເຂົ້າໃຈ ເຊິ່ງກັນແລະກັນ

C – CUSTOMER CENTRIC – ຖືເອົາລູກຄ້າເປັນໃຈກາງ

A – ACCOUNTABLE – ຍົກສູງຄວາມຮັບຜິດຊອບໃນໜ້າທີ່

R – RESULT ORIENTED – ເອົາຜົນງານເປັນທີ່ຕັ້ງ

E – EXPERT – ຄວາມເປັນມືອາຊີບ

U – UP-TO-DATE – ປັບຕົວໃຫ້ທັນກັບສະພາບການ ໃນແຕ່ລະໄລຍະ