ທະນາຄານພັດທະນາລາວ ຈຳກັດ ແມ່ນທະນາຄານທຸລະກິດຮ່ວມທຶນ ລະຫວ່າງ ບໍລິສັດຈະເລີນເຊກອງ ພະລັງງານ ຈໍາກັດ (ຖືຫຸ້ນ 70%) ແລະ ກະຊວງການເງິນ (ຖືຫຸ້ນ 30%), ດຳເນີນທຸລະກິດ ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ແລະ ລະບຽບກົດຫມາຍຂອງ ສປປ ລາວ ວາງອອກໃນແຕ່ລະໄລຍະ, ພ້ອມທັງປະຕິບັດຕາມສິດຂອບເຂດ ພາລະບົດບາດຂອງຕົນ ໃນການພັດທະນາເສດຖະກິດສັງຄົມຂອງຊາດ.

ໃນປີ 1999 ລັດຖະບານກໍ່ຄື ທະນາຄານແຫ່ງ ສປປ ລາວ ໄດ້ມີທິດທາງນະໂຍບາຍປັບປຸງ ບັນດາທະນາຄານທຸລະກິດຂອງລັດຄືນໃໝ່ ຍ້ອນວ່າທະນາຄານທຸລະກິດຂອງລັດ ມີລັກສະນະເປັນທະນາຄານແບບທ້ອງຖິ່ນ, ຕັ້ງຢູ່ຕາມພູມມິພາກຕ່າງໆ, ກະແຈກກະຈາຍ, ຂາດກໍາລັງແຮງທາງດ້ານການເງິນ, ການຈັດຕັ້ງສາຂາຊໍ້າຊ້ອນກັນ, ຕົ້ນທຶນການດໍາເນີນງານສູງ, ຄວາມສາມາດໃນການແຂ່ງຂັນຕໍ່າ, ການເຄື່ອນໄຫວທຸລະກິດມີລັກສະນະຈໍາກັດ, ບໍ່ສາມາດເປີດກວ້າງອອກສູ່ພາຍນອກ ແລະ ການພົວພັນສາກົນໄດ້. ດ້ວຍເຫດນັ້ນ ຈຶ່ງໄດ້ມີການຮ່ວມບັນດາທະນາຄານ ທີ່ກະແຈກກະຈາຍເຂົ້າກັນໄດ້ເປັນ ທະນາຄານລ້ານຊ້າງ ຈໍາກັດ ແລະ ທະນາຄານລາວໃໝ່ ຈໍາກັດ.

ໃນປີ 2003 ທະນາຄານພັດທະນາລາວ ຈຳກັດ ໄດ້ຖືກສ້າງຕັ້ງຂື້ນ ໂດຍການຫັນເອົາ 2 ທະນາຄານທຸລະກິດລັດ ລວມຕົວເຂົ້າກັນ ເຊິ່ງປະກອບມີ: ທະນາຄານລາວໃໝ່ ຈໍາກັດ ແລະ ທະນາຄານລ້ານຊ້າງ ຈໍາກັດ ພ້ອມກັນນີ້ກໍ່ໂຮມເອົາຊັບສິນໜີ້ສີນ ແລະ ພະນັກງານທະນາຄານທັງໝົດເຂົ້າກັນ. ການລວມຕົວກັນຄັ້ງນີ້ ແມ່ນເພື່ອຈຸດປະສົງ ເປັນການຟື້ນຟູ, ສ້າງຄວາມໝັ້ນຄົງແຂງແກ່ນ, ເປັນທີ່ໄວ້ວາງໃຈຂອງສັງຄົມ, ຫັນເອົາວຽກງານທະນາຄານ ໄປສູ່ການດໍາເນີນທຸລະກິດທີ່ມີການໄລ່ລຽງ ທັງອໍານວຍຄວາມສະດວກ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ພຽບພ້ອມໄປດ້ວຍບຸກຄະລາກອນທີ່ມີຄຸນນະພາບ, ມີຄວາມສາມາດຢ່າງກ້ວາງຂວາງ ແລະ ທັນສະໄໝກວ່າເກົ່າ. ຮັບປະກັນດ້ານສິດຜົນປະໂຫຍດຂອງລູກຄ້າຜູ້ໃຊ້ບໍລິການ ເວົ້າສະເພາະແມ່ນການຜັນຂະຫຍາຍ ແລະ ຈັດຕັ້ງມະຕິກອງປະຊຸມໃຫຍ່ ກໍ່ຄືບັນດາຄາດໝາຍສູ້ຊົນ ທີ່ລັດຖະບານໄດ້ກໍານົດອອກໄວ້ນັ້ນ ໃຫ້ປະກົດຜົນເປັນຈິງ.

ພາຍຫຼັງລວມຕົວເປັນຕົ້ນມາ ແຕ່ກ່ອນທະນາຄານພັດທະນາລາວ ຈຳກັດ ມີສໍານັກງານໃຫຍ່ຕັ້ງຢູ່ອາຄານ ເລກທີ 39 ຖະໜົນ ປາງຄໍາ, ບ້ານຊຽງຢືນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ແລະ ໄດ້ຍ້າຍສໍານັກງານໃຫຍ່ ມາຢູ່ອາຄານເລກທີ 013, ຖະໜົນສຸພານຸວົງ, ບ້ານສີຫອມ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.

ຕະຫຼອດໄລຍະທີ່ຜ່ານມາ ທະນາຄານພັດທະນາລາວ ຈຳກັດ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວເພີ່ມຂຶ້ນ ໃນແຕ່ລະດ້ານຢ່າງຕໍ່ເນື່ອງ ທາງດ້ານບຸກຄະລາກອນ, ວິຊາສະເພາະ ແລະ ໄດ້ຫັນເປັນລະບົບທີ່ທັນສະໄໝ ນໍາໃຊ້ເຕັກໂນໂລຊີໃຫມ່ເຂົ້າໃນວຽກງານ ນັບມື້ນັບຂະຫຍາຍຂຶ້ນ ເມື່ອທຽບໃສ່ແຕ່ກ່ອນ. ເຊິ່ງສະແດງອອກຄື: ທະນາຄານພັດທະນາລາວ ຈຳກັດ ໃນການໃຫ້ບໍລິການສິນເຊື່ອ ເພື່ອສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນທຸກຂະແໜງການເສດຖະກິດ, ແນ່ໃສ່ການສົ່ງເສີມພື້ນຖານເສດຖະກິດຂອງຊາດ ໃຫ້ມີຄວາມເຂັ້ມແຂງ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນ, ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ. ໄດ້ມີການປັບປ່ຽນ ແລະ ພັດທະນາລະບົບຂໍ້ມູນຂ່າວສານຈາກການນໍາໃຊ້ລະບົບ BANK2000 ທີ່ນໍາໃຊ້ມາແຕ່ປີ 2003 ມາເປັນລະບົບ CORE BANKING ທີ່ເອີ້ນວ່າ: T24 ໃນວັນທີ 01/03/2010. ປະຈຸບັນແມ່ນໄດ້ Online ຢູ່ທົ່ວລະບົບ. ໄດ້ເປີດນໍາໃຊ້ການດໍາເນີນທຸລະກໍາ ທາງດ້ານການເງິນຜ່ານລະບົບຕູ້ ATM ແລະ ເປັນທະນາຄານແຫ່ງທໍາອິດ ທີ່ນໍາໃຊ້ລະບົບ Mobile Banking ໃນຮູບແບບ M-Commerce ຢ່າງເຕັມຮູບແບບ ແລະ ມີການຫັນເປັນທັນສະໄຫມໃນຫລາຍໆດ້ານຂອງການບໍລິການ.

ໃນຍຸກສະໄຫມໃຫມ່


ສຳລັບສິ່ງທ້າທາຍໃນທ່າມກາງສະຖານະການແຜ່ລະບາດ ຂອງໂຄວິດ-19 ໃນທົ່ວໂລກ, ທົ່ວປວງຊົນລາວ ພວກເຮົາເອງຈະເປັນໜຶ່ງ ໃນການປະກອບສ່ວນທີ່ຕິດພັນ ກັບນະໂຍບາຍຂອງລັດຖະບານ ເພື່ອກະຕຸ້ນເສດຖະກິດຕາມນະໂຍບາຍຂອງພາກລັດ ກໍຄືນະໂຍບາຍຂອງລັດຖະບານ ໃນການຟື້ນຟູເສດຖະກິດ, ພວກເຮົາຈະສຸມໃສ່: ສ້າງອຸດສາຫະກຳເລື່ອງການສົ່ງອອກ ພະລັງງານໄຟຟ້ານໍ້າຕົກທີ່ສະອາດ, ສະໜັບສະໜູນການທ່ອງທ່ຽວເຊີງອະນຸລັກແບບວິຖີຊີວິດຂອງລາວໂດຍເນັ້ນໃສ່ຜູ້ປະກອບການທີ່ມີທ່າແຮງ, ສະໜັບສະໜູນທາງດ້ານການຄ້າ-ການລົງທຶນ,ບັນດາຫ້າງຮ້ານ ຫຼື ສູນຕົວແທນຈຳໜ່າຍ, ໂຮງໝໍ ເພື່ອໃຫ້ປະຊາຊົນສາມາດນຳໃຊ້ໄດ້. ສະນັ້ນ ສິ່ງທີ່ກ່າວມາຂ້າງເທິງ ແມ່ນເປັນໜຶ່ງໃນນະໂຍບາຍຂອງລັດຖະບານ ກໍຄືນະໂຍບາຍຂອງ ທພລ ພວກເຮົາ ໃນຍຸກໃໝ່ທີ່ເຫັນໄດ້ເຖິງຄວາມສຳຄັນ ເພື່ອເປັນການກະຕຸ້ນ, ຊຸກຍູ້ໃຫ້ທຸລະກິດ ສາມາດເຂົ້າເຖິງແຫຼ່ງທຶນໃນອັດຕາດອກເບ້ຍ ທີ່ສົມເຫດສົມຜົນ, ສາມາດຈັດການການບໍລິຫານແບບຄ່ອງໂຕ.

ຜ່ານການເຂົ້າມາຮ່ວມທຶນ ແລະ ບໍລິຫານຮ່ວມກັນ ພາຍໃຕ້ການຂັບເຄື່ອນ ຂອງບໍລິສັດຈະເລີນເຊກອງ ພະລັງງານ ຈຳກັດ ໄດ້ມີການປັບປຸງ, ປະຕິຮູບວັດທະນະທຳຂອງອົງກອນ ແລະ ແບບແຜນວິທີການເຮັດວຽກຂອງຄະນະຜູ້ບໍລິຫານ ລວມເຖິງພະນັກງານວິຊາການ ໃນຂອບເຂດທົ່ວປະເທດຂອງອົງກອນ ທພລ, ເຮັດໃຫ້ຫຼາຍໆບັນຫາ ໄດ້ຮັບການແກ້ໄຂໃນທາງບວກ ຢ່າງເປັນຮູບປະທໍາ, ໄດ້ກໍານົດ ແລະ ປະກາດ ວິໄສທັດ, ພາລະກິດ, ແຜນຍຸດທະສາດ ແລະ ແນວທາງການດໍາເນີນທຸລະກິດ ຂອງທະນາຄານພັດທະນາລາວ ຈຳກັດ ຢ່າງຈະແຈ້ງຫນັກແຫນ້ນ ແລະ ເຫັນໄດ້ຢ່າງເດັ່ນຊັດທີ່ສຸດ ແມ່ນການຂັບເຄື່ອນທຸລະກິດໄດ້ຢ່າງວ່ອງໄວ ຂອງຄະນະຜູ້ບໍລິຫານ ທພລ ຊຸດໃຫມ່ ທີ່ລ້ວນແລ້ວແຕ່ມີຄວາມຮູ້, ມີຄວາມສາມາດ, ມີບົດຮຽນ, ມີປະສົບການ ແລະ ເປັນມືອາຊີບ ບວກກັບ ການຊີ້ນຳ-ນຳພາ ຢ່າງໃກ້ຊິດ ຂອງປະທານຄະນະບໍລິຫານງານ ທີ່ມີວິໄສທັດກວ້າງໄກ, ມີບົດຮຽນໃນການຊີ້ນຳ-ນຳພາການດຳເນີນທຸລະກິດ, ມີຄວາມຮູ້-ຄວາມສາມາດ, ມີຈັນຍາບັນສູງ ແລະ ມີວິໄນເຂັ້ມງວດ; ເຊິ່ງສາມາດປະເມີນໄດ້ວ່າ ໝົດປີ 2021 ນີ້ ທະນາຄານພັດທະນາລາວ ຈຳກັດ ຈະສາມາດບັນລຸຜົນສຳເລັດ ດ້ານການດໍາເນີນທຸລະກິດ ໃນໄລຍະເບື້ອງຕົ້ນ ແລະ ຮັບຮູ້ຜົນປະກອບການ ທີ່ມີຕົວເລກ ຜົນປະກອບການ ດ້ານກໍາໄລເກີດຂຶ້ນ.