ເພື່ອໃຫ້ບັນລຸຕາມວິໄສທັດ ໃນການ “ເປັນທະນາຄານ ທີ່ໄດ້ຮັບຄວາມເຊື່ອໝັ້ນ ໃນການບໍລິການທີ່ດີສຸດ, ເຕັກໂນໂລຊີທີ່ດີທີ່ສຸດ ແລະ ມີພະນັກງານທີ່ເປັນມືອາຊີບ” ແລະ ພາລະກິດໃນການເຊື່ອມໂຍງກັບສາກົນ ເທື່ອລະກ້າວ, ທະນາຄານພັດທະນາລາວ ຈໍາກັດ (ທພລ) ໄດ້ຍົກລະດັບການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ຄຸ້ມຄອງຄວາມສ່ຽງ, ວຽກງານ FATCA ຢ່າງຮອບດ້ານ ໂດຍຍົກ ໜ່ວຍງານ ປະຕິບັດລະບຽບ ແລະ ພົວພັນຕ່າງປະເທດ ຂື້ນເປັນ ຝ່າຍຕ້ານການຟອກເງິນ ແລະ ຄຸ້ມຄອງຄວາມສ່ຽງ ເຊິ່ງມີບົດບາດໃນການນໍາເອົາແຜນຍຸດທະສາດ, ນະໂຍບາຍ, ລະບຽບການ ແລະ ມາດຕະຖານສາກົນ ປີ່ນອ້ອມວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການເຂົ້າຮ່ວມເປັນສະຖາບັນການເງີນທີ່ປະຕິບັດພາຍໃຕ້ກົດໝາຍ Foreign Account Tax Compliance Act (FATCA) ແລະ ວຽກງານຄຸ້ມຄອງຄວາມສ່ຽງ ມາສູ່ຂອດຈັດຕັ້ງປະຕິບັດ ໃຫ້ສອດຄ່ອງກັບລະບຽບ-ກົດໝາຍ ແລະ ມາດຕະຖານ ທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ.
     ພ້ອມນີ້, ທພລ ໄດ້ຈັດຕັ້ງປະຕິບັດວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຢ່າງເຕັມຮູບແບບ ໂດຍສະເພາະແມ່ນມີນະໂຍບາຍ, ລະບຽບ ແລະ ຄູ່ມືປະຕິບັດວຽກງານທີ່ຊັດເຈນ; ນໍາໃຊ້ລະບົບ Tonbeller Compliance Solution ທີ່ເປັນລະບົບທີ່ມີຄວາມທັນສະໄໝ ແລະ ໄດ້ມາດຕະຖານສາກົນ ເຂົ້າມາບໍລິຫານຄວາມສ່ຽງດ້ານວຽກງານ AML/CFT; ມີບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ທີ່ໄດ້ຮັບໃບປະກາດ ACAMS ທີ່ຖືກຍອມຮັບຢ່າງກວ້າງໃນລະດັບສາກົນ; ມີການຈັດຊຸດຝຶກອົບຮົມວຽກງານ AML/CFT ໃຫ້ພະນັກງານພາຍໃນຢ່າງເປັນປະຈໍາ ແລະ ມີການນໍາສົ່ງພະນັກງານເຂົ້າຮ່ວມຊຸດຝືກອົົບຮົມໄລຍະສັ້ນ ແລະ ໄລຍະຍາວຢູ່ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍົກລະດັບຄວາມເປັນມືອາຊີບໃນດ້ານວຽກງານ AML/CFT ໃຫ້ແກ່ພະນັກງານ; ມີການກວດກາການຈັດຕັ້ງປະຕິບັດວຽກງານ AML/CFT ປະຈໍາປີ.
     ຝ່າຍຕ້ານການຟອກເງິນ ແລະ ຄຸ້ມຄອງຄວາມສ່ຽງ ເຮັດໜ້າທີເປັນສາຍປ້ອງກັນທີສອງ ໃນການລະບຸ, ປະເມີນ, ຕິດຕາມ ແລະ ກວດກາ ຄວາມສ່ຽງດ້ານວຽກງານ AML/CFT ຕໍ່ກັບພາກສ່ວນໃຫ້ບໍລິການທີ່ເປັນສາຍປ້ອງກັນທີ່ໜື່ງ, ພ້ອມທັງເຮັດໜ້າທີ່ໃນການປະສານງານ, ສະໜອງຂໍ້ມູນ, ວິເຄາະ ແລະ ລາຍງານທຸລະກຳທີ່ສົງໄສ ໃຫ້ຜູ້ຄຸ້ມຄອງ ຕາມລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ; ດຳເນີນການຊອກຮູ້ຂໍ້ມູນ KYC/CDD ທະນາຄານຕົວແທນ ພ້ອມທັງຕິດຕາມ ແລະ ກວດກາສາຍເງິນໂອນຕ່າງປະເທດຂາເຂົ້າ-ຂາອອກ ເພື່ອຮັບປະກັນຄວາມຖືກຕ້ອງ ແລະ ປ້ອງກັນບໍ່ໃຫ້ ທພລ ມີການພົວພັນກັບທຸລະກຳທີ່ຕິດບັນຊີດຳ, ບັນຊີທີ່ຖືກຂວໍ້າບາດ ທັງພາຍໃນ ແລະ ຕ່າງປະເທດ. ນອກນີ້, ພວກເຮົາຍັງເປັນສູນກາງພົວພັນ ແລະ ປະສານງານລະຫວ່າງ ທພລ ກັບຕ່າງປະເທດ.
     ທ່ານ ສາມາດຕິດຕໍ່, ພົວພັນ ແລະ ປະສານງານ ກ່ຽວກັບວຽກງານ AML/CFT ແລະ ວຽກງານ FATCA ແລະ ວຽກງານພົວພັນຕ່າງປະເທດ ກັບພະນັກງານຜູ້ຮັບຜິດຊອບຂອງ ທະນາຄານພັດທະນາລາວ ຈໍາກັດ ຕາມໂທລະສັບ ແລະ ທີ່ຢູ່ ດັ່ງນີ້:
  1. ທ່ານ ພອນມະນີ ສີສົມພົງ ຜູ້ອຳນວຍການ ຊີ້ນຳ ຝ່າຍຕ້ານການຟອກເງິນ ແລະ ຄຸ້ມຄອງຄວາມສ່ຽງ
    • ໂທລະສັບ: +8562056563926
    • ອີເມວ: Phonemany@ldblao.la
  2. ທ່ານ ຕູ້ຢ່າງ ກົງຈີ ຫົວໜ້າ ຝ່າຍຕ້ານການຟອກເງິນ ແລະ ຄຸ້ມຄອງຄວາມສ່ຽງ
    • ໂທລະສັບ: +8562092461959
    • ອີເມວ: Touyang.kongchi@ldblao.la