ຄຳເຫັນປະທານສະພາບໍລິຫານ

ທ່ານ ສິດທິສອນ ເທບພາສີ

ໃນນາມປະທານສະພາບໍລິຫານ ທພລ ພາຍຫຼັງທີ່ທະນາຄານພັດທະນາລາວ ຈຳກັດ ຂອງພວກເຮົາ ໄດ້ມີການປັບປຸງ ໂຄງຮ່າງທາງດ້ານການຈັດຕັ້ງ ຄື: ປ່ຽນຈາກທະນາຄານທຸລະກິດຂອງລັດ ມາເປັນທະນາຄານຮ່ວມທຶນ ລະຫວ່າງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ແລະ ກະຊວງ ການເງິນ. ການປັບປຸງໂຄງສ້າງການດຳເນີນທຸລະກິດນີ້ ແມ່ນໄດ້ປະຕິບັດຕາມທິດທາງຂອງ ພັກ-ລັດຖະບານ ໃນການປະຕິຮູບວິສາຫະກິດ ກໍ່ຄືທະນາຄານທຸລະກິດລັດ ໄປສູ່ຮູບການໃຫມ່ທີ່ີມີປະສິດທິຜົນ, ທັງສອດຄ່ອງກັບມະຕິກອງປະຊຸມຂອງສະພາແຫ່ງຊາດ ສະບັບເລກທີ 03/ສພຊ ລົງວັນທີ 10/08/2021 ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ.

ພາຍຫຼັງທີ່ມີການປັບປຸງໂຄງສ້າງການຮ່ວມທຸລະກິດແລ້ວ, ທພລ ພວກເຮົາກໍ່ໄດ້ມີການປະຊຸມກັບຂາຫຸ້ນ ເພື່ອຮັບຮອງເອົາ ກົງຈັກການຈັດຕັ້ງ ເຊິ່ງປະກອບດ້ວຍ: ສະພາບໍລິຫານ, ຄະນະຜູ້ບໍລິຫານງານ ທພລ, ຄະນະກຳມະການທີ່ຂຶ້ນກັບສະພາບໍລິຫານ, ຄະນະກຳມະການອິດສະຫລະໃນການແກ້ໄຂວິໄນ, ຄະນະພະແນກ, ຄະນະສາຂາ ແລະ ຂະແຫນງການຕາມລຳດັບ. ສຳລັບຂ້າພະເຈົ້າ ແມ່ນໄດ້ຖືກແຕ່ງຕັ້ງເປັນປະທານສະພາບໍລິຫານ ທພລ ຕາມການຕົກລົງຂອງທັງສອງຂາຫຸ້ນ; ເຊິ່ງຈະໄດ້ດໍາເນີນການບໍລິຫານ ແລະ ຂັບເຄື່ອນອົງກອນ ທພລ ໃຫ້ເຂັ້ມແຂງ ຄື:

  • ສ້າງໃຫ້ພະນັກງານ ການນຳທຸກຂັ້ນ ຂອງ ທພລ ໃຫ້ມີຄວາມໜັກແໜ້ນ, ກ້າເຮັດ, ກ້າຮັບຜິດຊອບ ແລະ ມີແບບແຜນວິທີການເຮັດວຽກເປັນທີມ, ເປັນມືອາຊີບ ແລະ ໂປ່ງໃສ.
  • ມີການພົວພັນວຽກງານທີ່ດີ ແລະ ໃຫ້ກຽດເຊິ່ງກັນ ແລະ ກັນ.
  • ມີການປະພຶດທີ່ດີ ແລະ ຖືກຕ້ອງ ເພື່ອບັນລຸເປົ້າໝາຍ ເຮັດໃຫ້ອົງກອນ ມີຄວາມເຂັ້ມແຂງ, ການດໍາເນີນທຸລະກິດມີຜົນກໍາໄລ.
  • ການດຳເນີນທຸລະກິດ ຕ້ອງປະຕິບັດຕາມກົດໝາຍ, ລະບຽບການ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ຄູ່ຮ່ວມທຸລະກິດ ມີຄວາມເພິ່ງພໍໃຈ ແລະ ມາໃຊ້ບໍລິການຫຼາຍຂຶ້ນ.
  • ຍຶດໝັ້ນວິໄສທັດ, ແຜນຍຸດທະສາດ ແລະ ແນວທາງການດຳເນີນທຸລະກິດ.

ທະນາຄານພັດທະນາລາວ ຈຳກັດ ໄດ້ດໍາເນີນການປັບປຸງ ບັນດານິິຕິກໍາຕ່າງໆ ເພື່ອໃຫ້ສອດຄ່ອງກັບໂຄງສ້າງທຸລະກິດ (ຊຶ່ງປ່ຽນຈາກອັນເກົ່າໄປສູ່ອັນໃໝ່) ແລະ ປະຕິບັດຕາມຄຳຂວັນທີ່ວ່າ ປ່ຽນ....ເພື່ອເປົ້າໝາຍ ກ້າວສູ່ຄວາມສຳເລັດ ໃຫ້ມີເນື້ອໃນຮັດກຸມ, ເປັນມາດຕະຖານ, ຄົບຖ້ວນ, ກົມກຽວ ແລະ ສອດຄ່ອງ, ຍຶດຖືເອົາວິໄສທັດແຜນຍຸດທະສາດ ແລະ ແນວທາງການດຳເນີນທຸລະກິດພາຍໃຕ້ການຂັບເຄື່ອນໃຫມ່ ໃຫ້ມີຄວາມເຂັ້ມແຂງຮອບດ້ານ ຍືນຍົງ ແລະ ດຳເນີນທຸລະກິດໃຫ້ມີຜົນກຳໄລ. ສຳລັບການປັບປຸງນິຕິກຳ ແມ່ນໄດ້ເລີ່ມຈາກການປັບປຸງກົດລະບຽບພາຍໃນຂອງ ທພລ, ຊຶ່ງເປັນນິຕິກຳຫຼັກ ແລະ ໄດ້ອີງໃສ່ກົດໝາຍວ່າດ້ວຍ ການຄຸ້ມຄອງທະນາຄານທຸລະກິດ ແລະ ກົດໝາຍທີ່ກ່ຽວພັນກໍຄືຂໍ້ກຳນົດກົດລະບຽບທີ່ກ່ຽວຂ້ອງ ຂອງທະນາຄານແຫ່ງ ສປປ ລາວ.