ເປັນລະບົບການບໍລິການ ຂອງທະນາຄານພັດທະນາລາວທີ່ຊ່ວຍໃຫ້ຜູ້ປະກອບການ ສາມາດບໍລິຫານຈັດການບັນຊີຂອງຕົນເອງໄດ້ໂດຍບໍ່ຕ້ອງ ເຂົ້າມາທະນາຄານ, ເປັນບໍລິການເພື່ອເຮັດໃຫ້ລູກຄ້າສາມາດເຮັດລາຍການທຸລະກຳທາງດ້ານການເງິນຂອງລູກຄ້າຜ່ານທາງອິນເຕີເນັດໄດ້ຕະຫລອດ 24 ຊົ່ວໂມງ; ດ້ວຍການ login ເຂົ້າລະບົບຜ່ານ Web Browser ແລະ Application ທາງ Computer, Tablet ແລະ Smart phone ທຸກເຄື່ອງທີ່ສາມາດເຊື່ອມຕໍ່ internet ໄດ້.

    ພວກເຮົາໄດ້ພັດທະນາລະບົບ Online Banking ທີ່ມີຊື່ວ່າ LDB Biz ທີ່ຈະເຮັດໃຫ້ທ່ານ ສະດວກ,ວ່ອງໄວ ແລະ ທັນສະໄໝຫຼາຍຂຶ້ນຕື່ມອີກ ກັບ ໜ້າຕ່າງການໃຊ້ງ່າຍດາຍ ແລະ ກະທັດຮັດ, ຫຼຸດຂັ້ນຕອນທີ່ຫຍຸ້ງຍາກ, ເຮັດທຸລະກຳໄດ້ຫຼາກຫຼາຍປະເພດເຊັ່ນ: ອັບໂຫລດເງິນເດືອນພະນັກງານ, ໂອນເງິນພາຍໃນບັນຊີ ທພລ, ໂອນເງິນຂ້າມທະນາຄານ ພາຍໃນປະເທດ, ຊຳລະຄ່າສາທາລະນູປະໂພກ, ຕິດຕາມ statement ບັນຊີ ແລະ ພາຍຫຼັງສຳເລັດທຸລະກຳ ມີໃບຢັ້ງຢືນການໂອນໃຫ້ທຸກຄັ້ງ, ເຊິ່ງມາພ້ອມກັບລະບົບຄວາມປອດໄພທີ່ໄດ້ມາດຕະຖານສາກົນ ທີ່ມີຄວາມປອດໄພສູງ.

  • ທ່ານສາມາດດໍາເນີນການເບີກຈ່າຍເງິນເດືອນໃຫ້ພະນັກງານດ້ວຍຕົວທ່ານເອງ ໄດ້ຢ່າງສະດວກ.
  • ໂອນເງິນໄດ້ຫຼາຍຮູບແບບເຊັ່ນ: ໂອນເງິນຂ້າມທະນາຄານພາຍໃນ ສປປ ລາວ ແລະ ໂອນເງິນພາຍໃນ ທະນາຄານພັດທະນາລາວເອງ.
  • ຊຳລະພາສີອາກອນ, ຄ່າໄຟຟ້າ, ຄ່ານ້ຳປະປາ, ຄ່າໂທລະສັບ, ຄ່າອິນເຕີເນັດ, ເຕີມບັດໂທລະສັບ, ຄ່າພາສີປະຕູດຽວ ພ້ອມທັງສາມາດກວດເບິ່ງປະຫວັດການຊຳລະທີ່ຜ່ານມາໄດ້.
  • ເບິ່ງລາຍລະອຽດການເຄື່ອນໄຫວບັນຊີເຊັ່ນ: ບັນຊີເງິນຝາກປະຢັດ, ບັນຊີເງິນຝາກມີກຳນົດ, ບັນຊີິເງິນຝາກກະແສລາຍວັນ ແລະ ບັນຊີເງິນກູ້.
  • ພີມລາຍການບັນຊີສຳຮອງ.
  • ກວດເບິ່ງອັດຕາແລກປ່ຽນປະຈຳວັນຂອງທຸກສະກຸນເງິນໄດ້ງ່າຍດາຍ.

  • ທ່ານຕ້ອງມີບັນຊີເງິນຝາກປະຢັດ ຫຼື ບັນຊີເງິນຝາກກະແສລາຍວັນຢູ່ ທພລ.
  • ທ່ານຕ້ອງເປັນເຈົ້າຂອງທີ່ມີສິດສັ່ງຈ່າຍ ຫຼື ໄດ້ຮັບການມອບສິດຈາກເຈົ້າຂອງບັນຊີທີ່ມີສິດສັ່ງຈ່າຍໃນບັນຊີ.
  • ຍອມຮັບເງື່ອນໄຂ ແລະ ຂໍ້ກໍານົດໃນການໃຊ້ບໍລິການພ້ອມທັງສະໜອງຂໍ້ມູນຖືກຕ້ອງ ແລະ ຊັດເຈນ ໃນແບບ ຟອມຂໍນຳໃຊ້ບໍລິການຂອງທະນາຄານ.
  • ກໍລະນີເຈົ້າຂອງບັນຊີທີ່ມີສິດສັ່ງຈ່າຍມອບໃຫ້ຜູ້ຕ່າງໜ້າມາພົວພັນຂໍນຳໃຊ້ບໍລິການ ແມ່ນຕ້ອງມີໃບມອບສິດຈາກເຈົ້າຂອງບັນຊີ.
  • ສໍາເນົາບັດປະຈໍາຕົວຂອງເຈົ້າຂອງບັນຊີ, ສໍາເນົາບັດປະຈໍາຕົວຂອງຜູ້ມອບສິດ ແລະ ຜູ້ທີ່ຖືກມອບສິດ.

ທ່ານສາມາດສະໝັກ ແລະ ປະກອບແບບຟອມໄດ້ທີ່ ທພລ ສໍານັກງານໃຫຍ່, ທຸກສາຂາ ແລະ ໜ່ວຍບໍລິການ ຂອງ ທພລ