ຮັບສະໝັກເພື່ອນຮ່ວມງານ ສາຂາພາກ ບໍລິຄໍາໄຊ, ສາຂານ້ອຍ ຫຼັກຊາວ, ສາຂານ້ອຍ ນໍ້າທອນ

🎉ໂອກາດຂອງທ່ານມາຮອດແລ້ວ🎊
📢ປະກາດຮັບສະໝັກເພື່ອນຮ່ວມງານ📢

ທະນາຄານ ພັດທະນາລາວ ມີຄວາມຕ້ອງການຮັບສະໝັກ ເພື່ອນຮ່ວມງານ ເພື່ອບັນຈຸເຂົ້າ ສາຂາ ແລະ ໜ່ວຍບໍລິການເປີດໃໝ່ ດັ່ງນີ້:
1️⃣ ສາຂາພາກ ບໍລິຄໍາໄຊ ຈໍານວນ 15 ຕໍາແໜ່ງ
2️⃣ ສາຂານ້ອຍ ຫຼັກຊາວ ຈໍານວນ 10 ຕໍາແໜ່ງ
3️⃣ ສາຂານ້ອຍ ນໍ້າທອນ ຈໍານວນ 14 ຕໍາແໜ່ງ

ໝາຍເຫດ: ຜູ້ສະໝັກຕ້ອງປະກອບຟອມສະໝັກງານ ທພລ, CV ແລະ VDO ແນະນຳຕົນເອງ ເພື່ອພິຈາລະນາເຂົ້າສູ່ຂະບວນການຮັບພະນັກງານໃໝ່ ຂອງ ທພລ ແລ້ວສົ່ງເປັນ PDF File ມາທີ່ Email: hr@ldblao.la ຫຼື ນຳສົ່ງຝ່າຍ ບຸກຄະລາກອນ ທພລ ສຳນັກງານໃຫຍ່ ຊັ້ນ III ຫຼື ບັນດາສາຂາທີ່ກ່ຽວຂ້ອງ.

➡️ສໍາລັບເອກະສານປະກອບອື່ນໆ ເປັນຕົ້ນແມ່ນ: ໃບແຈ້ງໂທດ, ໃບຢັ້ງຢືນຄໍ້າປະກັນ, ໃບກວດສຸຂະພາບ ແລະ ໃບຢັ້ງຢືນທີ່ຢູ່ ແມ່ນປະກອບພາຍຫຼັງທີ່ໄດ້ຮັບການຄັດເລືອກເຂົ້າເປັນພະນັກງານ ທພລ.

📌ກຳນົດເວລາໃນການປິດຮັບສະໝັກງານ: ວັນທີ 05 ເມສາ 2024