LDB TRUST ແມ່ນຜະລິດຕະພັນ Mobile Banking ແລະ ກະເປົາເງິນດິຈິຕໍ້ (Wallet) ທີ່ອໍານວຍຄວາມສະດວກ ວ່ອງໄວ ທັນສະໄໝ ມາພ້ອມກັບຮູບແບບໃໝ່, ນໍາໃຊ້ງ່າຍສະດວກກວ່າເກົ່າ ເປັນການລວມເອົາລະບົບປ້ອງການຄວາມປອດໄພ ແລະ ຄວາມໜ້າເຊື່ອຖືຈາກ LDB Trust (ເວີຊັ້ນເກົ່າ) ກັບ ຄວາມສະດວກ ແລະ ວ່ອງໄວຂອງ LDB Wallet ເຂົ້າມາໂຮມກັນຢູ່ແອັບດຽວ ທີ່ໃຫ້ບໍລິການຜ່ານໂທລະສັບມືຖື (Smart Phone) ລວມທັງລູກຄ້າທີ່ມີບັນຊີ ຫຼື ບໍ່ມີບັນຊີກັບ ທພລ ອຳນວຍຄວາມສະດວກໃຫ້ແກ່ລູກຄ້າໃນການເຮັດທຸລະກຳທາງດ້ານການເງິນ-ທະນາຄານ ເປັນຕົ້ນແມ່ນ: ການຊຳລະໃບບິນ, ໂອນເງິນ ແລະ ລະບົບອຳນວຍຄວາມສະດວກອື່ນໆ ທີ່ຈະຊ່ວຍໃຫ້ເຈົ້າຂອງບັນຊີສາມາດບໍລິຫານ ແລະ ຕິດຕາມບັນຊີຂອງຕົນເອງໄດ້
  • ກວດເບິ່ງຍອດເງິນ ແລະ ກວດການເຄື່ອນໄຫວບັນຊີເງິນຝາກປະຢັດ, ກະແສລາຍວັນ, ຝາກປະຈໍາ, ປະຫວັດການຊໍາລະຕົ້ນທຶນ ແລະ ດອກເບ້ຍຊໍາລະເງິນກູ້.
  • ໂອນເງິນພາຍໃນ ທພລ ແລະ ໂອນເງິນຂ້າມທະນາຄານໄດ້ດ້ວຍ ເລກບັດ ແລະ ເລກບັນຊີ (ການໂອນເງິນຂ້າມທະນາຄານແມ່ນໂອນຜ່ານ Lao National Payment Network)
  • ໂອນລອຍທາງມືຖື (ໂອນເງີນໃຫ້ຜູ້ທີ່ບໍ່ມີບັນຊີໃນທະນາຄານລາວ).
  • ລ໋ອກ ຫຼື ປົດລ໋ອກບັດໄດ້ເອງໃນຍາມສຸກເສີນ
  • ຊໍາລະຄ່າໃບບິນອອນລາຍເຊັ່ນ: ຕື່ມມູນຄ່າໂທລະສັບ, ຊໍາລະຄ່າໄຟຟ້າ, ຊໍາລະຄ່ານໍ້າປະປາ, ຊໍາລະຄ່າປະກັນສັງຄົມ, ຊໍາລະຄ່າສິນເຊື່ອ, ຊໍາລະອາກອນ ແລະ ສາມາດກວດເບິ່ງປະຫວັດການເຄື່ອນໄຫວຂອງແຕ່ລະທຸລະກໍາໄດ້.
  • ສະແກນ QR Code ສາມາດສະແກນໄດ້ທັງ LDB Trust ແລະ LDB Wallet ເພື່ອໂອນເງິນ, ຊໍາລະ ແລະ ຖອນເງິນກັບຕົວແທນໄດ້.
  • ສາມາດບໍລິຫານຈັດການຄວາມປອດໄພຂອງບັນຊີທ່ານເອງໄດ້ ລວມເຖິງ ການຄຸ້ມຄອງບັດ ATM, ກວດການເຄື່ອນໄຫວຂອງບັດ.
  • Bookmark - ເປັນທາງລັດທີ່ລວມເອົາ Function ທີ່ທ່ານໃຊ້ເປັນປະຈໍາມາໄວ້ໜ້າທໍາອິດ ເພື່ອອໍານວຍຄວາມສະດວກຫຼາຍຂຶ້ນ ແລະ ຄວາມສາມາດອື່ນໆອີກ.
  • ສ້າງທຸລະກຳຖອນເງິນຈາກຕູ້ ATM, ການແຊຣໃບບິນ ແລະ ການກໍານົດເວລາໂອນເງິນ;
  • ກວດເບິ່ງລາຄາທອງຄຳ, ລາຄາສະກຸນເງິນດີຈິຕອນ, ແຮ່ທາດ, ຈຸດທີ່ຕັ້ງບໍລິການ ຂອງ ທພລ;
  • ກວດເບິ່ງອັດຕາແລກປ່ຽນ, ຂໍ້ມູນຕິດຕໍ່, ຂໍ້ມູນສະຖານທີ່ (ຕູ້ ATM, ສາຂາ ແລະ ໜ່ວຍບໍລິການ) ທີ່ຢູ່ໃກ້ທ່ານ
  • ໃນກໍລະນີທີ່ເກີດມີຄວາມຜິດພາດ, ລ້າຊ້າ ແລະ ຄວາມເສຍຫາຍໃດໆເນື່ອງຈາກການຮັບ-ສົ່ງຂໍ້ມູນ ຂອງລະບົບເຄືອຂ່າຍໂທລະຄົມ ຫລື ອຸປະກອນຂອງຜູ້ໃຊ້ບໍລິການເອງທາງທະນາຄານຈະບໍ່ຮັບຊອບໃນກໍລະນີນີ້.
  • ກໍລະນີທີ່ທະນາຄານເມີນເສີຍຕໍ່ການປະຕິບັດຕາມຄໍາສັ່ງຂອງຜູ້ໃຊ້ບໍລິການທີ່ເປັນສາເຫດ ເຮັດໃຫ້ຜູ້ໃຊ້ບໍລິການ ຫຼື ຜູ້ຮັບໂອນເງິນບໍ່ໄດ້ຮັບເງີນຕາມຄໍາສັ່ງຂອງຜູ້ໃຊ້ບໍລິການ, ກໍລະນີດັ່ງກ່າວຖືວ່າເປັນຄວາມຮັບຜິດຊອບຂອງທະນາຄານ ຍົກເວັ້ນແຕ່, ເປັນກໍລະນີຜູ້ໃຊ້ບໍລິການມີຈໍານວນເງິນໃນບັນຊີບໍ່ພຽງພໍ, ຖືກລະງັບວົງເງິນສິນເຊື່ອ, ຜູ້ໃຊ້ບໍລິການຢູ່ໃນລະຫວ່າງການຖືກດໍາເນີນຄະດີໃດໜື່ງຕາມກົດໝາຍ, ທະນາຄານໄດ້ແຈ້ງເຖິງຂໍ້ຂັດຂ້ອງໃນການໂອນເງິນໃຫ້ຜູ້ໃຊ້ບໍລິການຮັບຮູ້ກ່ອນແລ້ວ, ຜິດເງື່ອນໄຂຂໍ້ຕົກລົງທີ່ໄດ້ໃຫ້ໄວ້ກັບທະນາຄານ ຫຼື ເກີດເຫດສຸດວິໄສໃນການໃຫ້ບໍລິການກໍລະນີດັ່ງກ່າວບໍ່ຖືເປັນຄວາມຮັບຜິດຊອບຂອງທະນາຄານ.
  • ທະນາຄານຈະດໍາເນີນການສືບສວນແກ້ໄຂຄວາມຜິດພາດ ແລະ ຄວາມເສຍຫາຍໃດໜື່ງໂດຍຈະຢຶດຖື ຫຼັກການຂອງລັດ ແລະ ກົດໝາຍແຫ່ງ ສ.ປ.ປ.ລາວ ເປັນຫຼັກ. ທະນາຄານຂໍສະ ຫງວນສິດໃນການປະຕິເສດຕໍ່ຄໍາຮ້ອງຂໍຕ່າງໆທີ່ຂັດກັບຂໍໍ້ກໍານົດຫຼັກການຂອງລັດ ແລະ ກົດໝາຍແຫ່ງ ສ.ປ.ປ.ລາວ.
  • ທຸກໆການເຄື່ອນໄຫວເຮັດທຸລະກຳທາງດ້ານການເງິນ ຜ່ານ LDB TRUST ຂອງ ທພລ ທີ່ເກີດຂື້ນຈາກລະຫັດ ແລະ ເບີໂທລະສັບ ຂອງຜູ້ນໍາໃຊ້ບໍ່ວ່າຈະເປັນກໍລະນີໃດໆກໍ່ຕາມ ແມ່ນຢູ່ໃນຄວາມຮັບຜິດຊອບຂອງເຈົ້າຂອງບັນຊີຜູ້ນໍາໃຊ້ ເບີໂທລະສັບ ທັງໝົດ, ເຊິ່ງ ທພລ ຈະບໍ່ຮັບຜິດຊອບແຕ່ປະການໃດໆ.
  • ຜູ້ໃຊ້ບໍລິການຕ້ອງຮັກສາລະຫັດສ່ວນຕົວ, ຂໍ້ມູນລັບ, ອຸປະກອນທີ່ນຳໃຊ້ໃນການບໍລິການ LDB TRUST ນີ້ໄວ້ຢ່າງດີ ແລະ ສະຖານທີ່ປອດໄພ.
  • ໃນກໍລະນີລະຫັດຊື່ຜູ້ໃຊ້ບໍລິການ ຫລື ລະຫັດສ່ວນຕົວ, ຂໍ້ມູນຕ່າງໆຖືກລັກ ຫລື ເຮັດເສຍຫາຍແມ່ນໃຫ້ແຈ້ງທະນາຄານທັນທີເພື່ອ ທະນາຄານຈະໄດ້ລ໋ອກຊື່ຜູ້ໃຊ້ບໍລິການ ແລະ ລະຫັດນຳໃຊ້ ໂດຍໂທເບີ Tel: 021 216176 ແລະ ຕ້ອງຍອມຮັບວ່າທຸກໆທຸລະກໍາທີ່ເກີດຂື້ນກ່ອນເວລາທີ່ທ່ານໄດ້ແຈ້ງທະນາຄານຮັບຊາບແມ່ນຈະຢູ່ໃນຄວາມຮັບຜິດຊອບຂອງຜູ້ກ່ຽວເອງ.
  • ຜູ້ໃຊ້ບໍລິການຍິນຍອມທີ່ຈະເສຍຄ່າທຳນຽມ ແລະ ຄ່າບໍລິການອື່ນໆທີ່ກ່ຽວພັນກັບການບໍລິການທາງດ້ານ LDB TRUST ຕາມອັດຕາທີ່ທາງທະຄານໄດ້ກໍາໜົດໄວ້ ໂດຍຍິນຍອມໃຫ້ທະນາຄານຫັກເງິນຈາກບັນຊີຂອງຜູ້ໃຊ້ບໍລິການໂດຍກົງ.
  • ຜູ້ໃຊ້ບໍລິການຍິນຍອມໃຫ້ທະນາຄານເພີ່ມ, ດັດແກ້ ຫລື ປ່ຽນແປງເງື່ອນໄຂສັນຍາການບໍລິການທີ່ໃຊ້ກັບຜະລິດຕະພັນເອເລັກໂທນິກເຊັ່ນ: ຄ່າທຳນຽມ, ຄ່າບໍລິການຕ່າງໆ ແລະ ຄ່າໃຊ້ຈ່າຍທີ່ເກີດຂື້ນກັບກັບການໃຊ້ບໍລິການຜ່ານລະບົບທະນາຄານ ຢ່າງເໝາະສົມ.
  • ຜູ້ໃຊ້ບໍລິການຍອມຮັບເອກະສານ, ເອກະສານອີເລັກໂທນິກ (E-slip) ແລະ ຫລັກຖານທັງໝົດທີ່ກ່ຽວຂ້ອງກັບການຫັກເງິນໃນບັນຊີເງິນຝາກ, ບັນຊີສິນເຊື່ອ ເປັນຕົ້ນແມ່ນການໂອນເງິນ ຫລື ການເຮັດທຸລະກຳຕ່າງໆໃນບັນຊີຜູ້ໃຊ້ບໍລິການ ຫລື ເອກະສານຕ່າງໆທີ່ທາງທະນາຄານໄດ້ລະບຸໄວ້ໃນເງື່ອນໄຂການໃຊ້ບໍລິການ LDB Trust ລ້ວນແຕ່ເປັນຄວາມຈິງ ແລະ ຖືກຕ້ອງ.
  • ຜູ້ສະໝັກໃຊ້ບໍລິການ ຕ້ອງມີບັນຊີເງິນຝາກປະຢັດ ຫລື ບັນຊີເງິນຝາກກະແສລາຍວັນ ຢູ່ ທພລ.
  • ຍື່ນແບບຟອມ “ໃບສະໝັກນຳໃຊ້ TRUST PAY ສຳລັບຮ້ານຄ້າ” ຂອງ ທພລ ທີ່ປ່ອງບໍລິການຂອງທພລ ທົ່ວລະບົບ, ພ້ອມທັງສະແດງປຶ້ມບັນຊີເງິນຝາກຂອງ ທພລ, ບັດປະຈຳຕົວ ຫລື ປຶ້ມສໍາມະໂນຄົວ ຫລື ປຶ້ມພາສປອດ ( ຢູ່ໃນສະຖານະປົກກະຕິ, ຂໍ້ມູນຈະແຈ້ງ ແລະ ບໍ່ໝົດອາຍຸການນຳໃຊ້ ), ໃບມອບສິດ ( ໃນກໍລະນີເປັນຕົວແທນໃນການສະໝັກນຳໃຊ້ )
    ໝາຍເຫດ: ລູກຄ້າຕ້ອງລະບຸຈຳນວນ ແລະ ຮູບແບບປ້າຍ TRUST PAY ທີ່ຕ້ອງການໃຫ້ ທພລ ສະໜອງໃຫ້, ເຊິ່ງປັດຈຸບັນ ປ້າຍ TRUST PAY ຂອງ ທພລ ມີ 3 ແບບຄື:
    1) ແບບຕັ້ງ: ຂະໜາດ A5 ( ເຄິ່ງ A4 )
    2) ແບບສະຕິກເກີຕິດ: ຂະໜາດ A5 ( ເຄິ່ງ A4 )
    3)ແບບມີຂາ (ເພື່ອໃຊ້ໜີບ): ຂະໜາດ A6 ( ເຄິ່ງ A5 )
    - ທພລ ສະໜອງປ້າຍ TRUST PAY ໃຫ້ແກ່ຮ້ານຄ້າ ຕາມການຕົກລົງເຫັນດີ ລະຫວ່າງ 2 ຝ່າຍ.